ຈີນປັບປຸງນະໂຍບາຍໃນການອອກວີຊາ ແລະ ເຂົ້າເມືອງສຳລັບຄົນຕ່າງປະເທດ
ສຳນັກຂ່າວ ຊິນຮວາ ໃຫ້ຮູ້ວ່າ: ເພື່ອຈັດສັນວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄປພ້ອມກັນກັບຄວາມຕ້ອງ ການໃນການພັດທະນາເສດຖະກິດ-ສັງຄົມ, ອຳນວຍຄວາມສະດວກໃຫ້ແກ່ຄົນຈີນ ແລະ ຄົນຕ່າງປະເທດໄດ້ໄປມາຫາສູ່ກັນເປັນປົກກະຕິ, ກົມຄຸ້ມຄອງຄົນ ເຂົ້າອອກ ເມືອງແຫ່ງຊາດຈີນຕົກລົງ ປັບປຸງນະໂຍບາຍການອອກວີຊາ ແລະ ເຂົ້າເມືອງສຳລັບຄົນຕ່າງປະເທດນັບແຕ່ວັນທີ 15 ມີນາ 2023 ເປັນຕົ້ນໄປ. ຂ່າວໃຫ້ຮູ້ຕື່ມອີກວ່າ: ສຳລັບຄົນຕ່າງປະເທດທີ່ມີວີຊາເຊັນກ່ອນວັນທີ 28 ມີນາ 2020 ແລະ ຍັງຢູ່ໃນໄລຍະມີຜົນສັກສິດນັ້ນ, ຈະອະນຸຍາດໃຫ້ເຂົ້າເມືອງ ໄດ້. ນອກນັ້ນ, ພາກສ່ວນກ່ຽວຂ້ອງພ້ອມຈະຟື້ນຟູນະໂຍບາຍຍົກເວັ້ນວີຊາສຳລັບຄົນຕ່າງປະເທດທີ່ຜ່ານດ່ານ ຢູ່ແຂວງໄຫຫຼຳ, ຍົກເວັ້ນວີຊາສຳລັບນັກ ທ່ອງທ່ຽວຕ່າງປະ ເທດທີ່ເດີນທາງດ້ວຍກຳປັ່ນຢູ່ນະຄອນຊຽງໄຮ້, ຍົກເວັ້ນວີຊາ ສຳລັບກຸ່ມນັກທ່ອງທ່ຽວຕ່າງປະເທດຈາກເຂດຮົງກົງ ແລະ ເຂດມາເກົ້າ ຜ່ານດ່ານຢູ່ແຂວງ ກວາງຕຸ້ງ ແລະ ຍົກເວັ້ນວີຊ່າສຳລັບກຸ່ມນັກທ່ອງທ່ຽວອາຊຽນທີ່ຜ່ານດ່ານຢູ່ນະຄອນກຸ້ຍຫຼີນເຂດກວາງຊີຂອງຈີນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/03/2023